ປະຫວັດຄວາມເປັນມາຂອງວິທະຍາໄລເຕັກນິກວິຊາຊີບ ແຂວງຈຳປາສັກ
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ
ໄດ້ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານໄດ້ ໃຫ້ຄວາມສຳຄັນ
ແລະ ເອົາໃຈໃສ່ຕໍ່ການພັດທະນາຊັບພະຍາກອນມະນຸດເວົ້າລວມ
ເວົ້າສະເພາະຕໍ່ວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ. ແຂວງຈຳປາສັກ
ກໍ່ເປັນແຂວງໜຶ່ງທີ່ສຳຄັນໃນບັນດາແຂວງພາກໃຕ້ເຊິ່ງກະຊວງສຶກສາທິການ ແລະ ກິລາ, ກົມອາຊີວະສຶກສາ ເຫັນຄວາມສຳຄັນໃນການຂະຫຍາຍວຽກງານອາຊີວະສຶກສາ
, ຈຶ່ງໄດ້ສ້າງຕັ້ງ ໂຮງຮຽນການຊ່າງຊັ້ນຕົ້ນປາກເຊ ຂື້ນໃນວັນທີ
02 ເດືອນ ຕຸລາ ປີ 1981
ຕາມ ດຳລັດ ເລກທີ 1516 / ປຄຂ-ຈປສ ແລະ ເບື້ອງຕົ້ນເປີດສອນຫຼັກສູດ
8+2 ໂດຍເປີດສອນໃນ 2 ສາຮຽນ ຄື: ສາຂາຊ່າງກໍ່
ແລະ ສາຂາຊ່າງໄມ້. ອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນ ບັນດາແຂວງພາກໃຕ້
ຈ່ີງໄດ້ມີການພັດທະນາ ແລະ ຂະຫຍາຍຕົວໃນແຕ່ລະໄລຍະດ່ັງນີ້: ປີ 1982-1984 ໄດ້ຂະຫຍາຍສາຂາວິຊາຮຽນເພີ້ມອີກ 2 ສາຂາຮຽນຄື: ສາຂາຊ່າງໄຟຟ້າ
ແລະ ສາຂາຊ່າງຕັດຫຍິບ. ປີ 1987-1990 ໂດຍໄດ້ຮັບການຊ່ວຍເຫຼືອ
ຈາກສະຫະປະຊາຊາດ (UNDP) ໄດ້ປັບປຸງໃນ 4 ສາຂາຮຽນທີ່ມີແລ້ວ.ພ້ອມກັນນັ້ນກ່ໍໄດ້ເປີດຕື່ມອີກ 2 ສາຂາຮຽນຄື: ສາຂາຊ່າງໂລຫະ ແລະ ສາຂາຊ່າງລົດຍົນ. ປີ 1995
ໄດ້ຮັບການຊ່ວຍເຫຼືອອຸປະກອນຈາກການຮ່ວມມືທາງດ້ານເຕັກນິກລາວ-ໄທ ໃນ
4 ສາຂາຮຽນຄື: ສາຂາຊ່າງໂລຫະ, ສາຂາຊ່າງລົດຍົນ, ສາຂາກໍ່ສ້າງ ແລະ ສາຂາຊ່າງໄມ້. ປີ 1997-1999 ໄດ້ພັດທະນາຫຼັກສູດຈາກລະບົບ
(8+2)ເປັນ(8+3).ເອີ້ນວ່າຫຼັກສູດຊ່າງຊຳນານງານ(ປວຊ). ພ້ອມດຽວກັນນີ້ກໍ່ໄດ້ປ່ຽນຊ່ືໂຮງຮຽນຈາກ
ການຊ່າງຊັ້ນຕົ້ນມາເປັນໂຮງຮຽນວິຊາຊີບປາກເຊ ໄດ້ຂະຫຍາຍຕ່ືມອິກ 2 ສາຂາຮຽນຄື:ສາຂາຄຸ້ມຄອງ-ການບັນຊີ
ແລະ ສາຂາ ປຸງແຕ່ງອາຫານ ແລະ ການໂຮງແຮມ.ໄລຍະດ່ັ່ງກ່າວນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືລາວ-ເຍຍລະມັນ(GTZ).
ປີ 2000-2003 ໄດ້ຮັບການຊ່ວຍເຫຼືອດ້ານບຸກຄະລາກອນ(
ອາສາສະໝັກ)ຈາກ 3 ອົງການຈັດຕັ້ງສາກົນຄື:DED,JICA,KOICA. ໄດ້ຍົກລະດັບຫຼັກສູດຈາກ(8+3)ເປັນ(11+2)ຫຼັກສູດ ຊ່າງເຕັກນິກ(ປຊຕ)ແລະໄດ້ປ່ຽນຊື່ຈາກໂຮງຮຽນວິຊາຊີບເປັນໂຮງຮຽນເຕັກນິກ-ວິຊາຊີບແຂວງຈຳປາສັກ,ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງສັງຄົມຫລາຍຂື້ນ ຈຳນວນນັກສຶກສາກໍ່ເພີ້ມຂື້ນ
ຈິ່ງໄດ້ມີການຂະຫຍາຍອອກໄປຢູ່ແຫ່ງທີ2(ຫຼັກ9)ຢູ່ເຮືອນພັກຄົນງານຂອງໂຄງການສ້າງທາງ ADB7 ປາກເຊ-ເວີນຄາມ. ປີ
2002-2006 ມະຫາວິທະຍາໄລຈຳປາສັກໄດ້ຂໍຢືມເອົາອາຄານເພື່ອເປີດການຮຽນການສອນຊົ່ວຄາວ
ແລະ ໄດ້ສ້າງຫໍພັກນັກສຶກສາ 4 ຫລັງ, ຮອດທ້າຍປີ
2006 ມະຫາວິທະຍາໄລຈຳປາສັກຍ້າຍອອກກໍ່ໄດ້ມອບຫໍພັກໃຫ້ຈຳນວນ 4
ຫຼັງ.
ເດືອນ 11 ປີ 2005 - ເດືອນ 9 ປີ 2009 ໄດ້ຮັບການຊ່ວຍເຫລືອຈາກປະເທດແບນຊິກ ປະຕິບັດໂດຍໂຄງການ BTC-LAO 04/008/11 ໂຄງການດັ່ງກ່າວນີ້ຊື່ວ່າ: ໂຄງການ ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ ໂຮງຮຽນເຕັກນິກ -ວິຊາຊີບແຂວງຈໍາປາສັກ.ຕະຫຼອດໄລຍະ ແຫ່ງການປັບປຸງແລະສ້າງຄວາມເຂັ້ມແຂງ ໃຫ້ໂຮງຮຽນເຕັກນິກ-ວິຊາຊີບແຂວງຈຳປາສັກເພື່ອສະໜອງແຮງງານໃຫ້ແຜນພັດທະນາເສດຖະກິດສັງຄົມຂອງແຂວງຈຳປາສັກແລະບັນດາແຂວງພາກໃຕ້.ໂຮງຮຽນເຕັກນິກ - ວິຊາຊີບແຂວງຈຳປາສັກ ໄດ້ຍົກລະດັບ ແລະສ້າງຕັ້ງເປັນວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກໃນວັນທີ25ເດືອນມີນາ ປີ 2010